ພື້ນຖານ MySQL ທີ່ຈຳເປັນໃນຊິວິດປະຈຳວັນ

ຂຽນຂື້ນເມື່ອ

ຮຽນພື້ນຖານ MySQL

ເຫັນນ້ອງໆຫຼາຍໆຄົນ ກຳລັງເຂົ້າໃຈຜິດວ່າ ປະຈຸບັນນີ້ບໍ່ມີໃຜໃຊ້ MySQL ແລ້ວ, ຄົນຫັນໄປໃຊ້ MongoDB, FireStore, FireBase Realtime Database ຫມົດແລ້ວ.

ຈາກຂໍ້ມູນຫຼາຍໆ Websites, MySQL ຍັງເປັນ The GOAT (Great of all time); ແລະ ຈາກຂໍ້ມູນ 2022 Developer Survey ຂອງ StackOverflow, MySQL ຍັງເປັນທີ 1 ສະເໝີ.

ຍັງມີຫຼາຍໆແຫຼ່ງຂໍ້ມູນທີ່ MySQL ເປັນ 1 ຫຼືບໍ ກໍແມ່ນ Top 3 ຂອງ Database ທີ່ຖືກນຳໃຊ້ທົ່ວໂລກ. ແມ້ກະທັ້ງເວັບໄຊດັງໆເຊັ່ນ Facebook ຍັງໃຊ້ MySQL ເປັນຖານຂໍ້ມູນຫຼັກ.

ອີກຢ່າງໜື່ງກໍຄື ມັນເໝາະສຳລັບຄົນຮຽນໃຫມ່ ແລະ ເປັນຈຸດເລີ່ມທີ່ດີເພື່ອຕໍ່ຍອດໄປນຳໃຊ້ Database ຕົວອື່ນໆ.

ເລີ່ມລົງມື

ສິ່ງຈຳເປັນຕ້ອງຮູ້ສຳລັບ MySQL

ສ້າງ Database

CREATE DATABASE my_first_db;

ເລືອກໃຊ້ Database ຜ່ານ Commands

USE my_first_db;

ການສ້າງ Table

CREATE TABLE users (
    id INT AUTO_INCREMENT PRIMARY KEY,
    username VARCHAR(50) NOT NULL,
    email VARCHAR(100) NOT NULL,
    age INT
);

ການ Insert ຂໍ້ມູນ

INSERT INTO users (username, email, age) VALUES ('john_doe', 'john@example.com', 30);

ການດືງຂໍ້ມູນສະແດງ

SELECT * FROM users;

ການ Update ຂໍ້ມູນ

UPDATE users SET age = 31 WHERE id = 1;

ການລົບຂໍ້ມູນ

DELETE FROM users WHERE id = 1;

ການດືງຂໍ້ມູນມາສະແດງແບບມີເງື່ອນໄຂ

SELECT * FROM users WHERE age > 25;

ການ Join Tables

CREATE TABLE orders (
    id INT AUTO_INCREMENT PRIMARY KEY,
    user_id INT,
    amount DECIMAL(10, 2)
);

INSERT INTO orders (user_id, amount) VALUES (1, 100.50), (2, 200.75);

SELECT users.username, orders.amount
FROM users
JOIN orders ON users.id = orders.user_id;

ຜູ້ຂຽນ: Kayengxiong Tongsuatong

@Facebook