ຂຽນຂື້ນເມື່ອ
ແນ່ນອນວ່າທ່ານສາມາດເຂົ້າໄປອ່ານໃນເວັບໄຊທ໌ຂອງ Tailwind ສຳລັບການຮຽນ, ແຕ່ນີ້ຂ້ອຍເອງຈະແນະນຳສິ່ງທີ່ຂ້ອຍພົບມາຫຼັງຈາກທີ່ນຳໃຊ້ Tailwind ມາຫຼາຍໆປີ.
Tailwind CSS ເປັນ CSS Framework ທີ່ຈະຊ່ວຍໃຫ້ນັກພັດທະນາສາມາດສ້າງ UI ໄດ້ຢ່າງວ່ອງໄວ ແລະ ສາມາດປັບແຕ່ງລາຍລະອຽດຕ່າງໆໄດ້ຢ່າງງ່າຍດາຍ.
ແນວໃດກໍຕາມ ໃນມຸມມອງຂອງຂ້ອຍເອງ ຂ້ອຍຢາກໃຫ້ທ່ານຮຽນຮູ້ພື້ນຖານການນຳໃຊ້ CSS ມາກ່ອນ. ຖ້າຈະເວົ້າງ່າຍໆທົ່ວໄປ Tailwind ກໍເປັນຊຸດ CSS ທີ່ຖືກຂຽນຂື້ນເພື່ອຊ່ວຍໃຫ້ນັກພັດທະນາສາມາດພັດທະນາໄດ້ວ່ອງໄວຂື້ນ ຈາກທີ່ເຄີຍຂຽນ CSS ແບບຍາວ ມາເປັນ ສັ້ນລົງ.
ການນຳໃຊ້ Tailwind ບໍ່ແມ່ນບັນຫາຫຍັງຫຼາຍ ພຽງແຕ່ເອີ້ນໃຊ້ class name ເຂົ້າໃນ HTML Tags, ເຮົາກໍສາມາດໃຊ້ມັນໄດ້ແລ້ວ ຫຼື ເອີ້ນວ່າ Class Component
.box {
width: 40px;
height: 40px;
background-color: black;

ນອກຈາກນີ້ ເຮົາຍັງສາມາດຂຽນ Tailwind CSS ໃນຮູບແບບ Customize

ອະທິບາຍ
ກໍລະນີ ຢາກຂຽນຄ່າເອງ
ວິທີຈື່ຄ່າພວກນີ້ຂອງຂ້ອຍກໍຄື 1 = 4px;
ກໍລະນີ ຈາກໃຊ້ສີ Theme ຟ້າ

ເຄັດລັບ, ເກືອບທຸກຄ່າສີຈະເລີ່ມຈາກ 50 ແລະ ສຸດທີ 950. ເຊັ່ນ 50, 100, 200, ..., 950
ກໍລະນີ ຢາກລອງອອກແບບໂດຍໃຊ້ Color Palette ຂອງ TailwindCSS (ສີ indigo ຢ່າງດຽວ)

Tailwind CSS Design

Create beautiful designs with ease using Tailwind CSS.

Get Started

Create beautiful designs with ease using Tailwind CSS.
ພຽງສີດຽວ ເຮົາສາມາດສ້າງ UI ທີ່ສວຍງາມໄດ້
ການຕິດຕັ້ງ ຫຼື ນຳໃຊ້ມີຫຼາຍຮູບແບບ, ແຕ່ສຳລັບການຝຶກຂຽນໃຫມ່. ຂ້ອຍແນະນຳ ການໃຊ້ Play CDN, ແລະ Tailwind CLI
ສຳລັບຂ້ອຍການອ່ານ Office Documentation ຈະເປັນການດີທີ່ສຸດ ແຕ່ຂ້ອຍຈະມາແນະນຳ keywords ສຳຄັນໆ ແລະ ໃຊ້ປະຈຳໃຫ້ທ່ານ
p{t|r|b|l}-{size}