ຂຽນຂື້ນເມື່ອ
ngrok ເປັນ cross-platform application ທີ່ຈະສ້າງ public url ເພື່ອເຊື່ອມຕໍ່ local web server ຂອງເຮົາຜ່ານ internet.
ຖ້າຈະເວົ້າງ່າຍໆກໍຄື, ຫລັງຈາກທີ່ເຮົາສ້າງໄດ້ website ຂື້ນມາ ແລະ ຢາກໃຫ້ຄົນອື່ນ ຫຼື ລູກຄ້າເຂົ້າທົດລອງໃຊ້ website. ເຮົາສາມາດໃຊ້ ngrok ເພື່ອເປີດໃຫ້ໃຜໆກໍສາມາດນຳໃຊ້ເວັບໄຊໄດ້
ສຳລັບການຕິດຕັ້ງໃນ Mac, ສາມາດຕິດຕັ້ງຜ່ານ Homebrew ໄດ້ເລີຍ.
brew install --cask ngrok
* ສຳລັບລະບົບປະຕິບັດການອື່ນ ສາມາດເຂົ້າໄປອ່ານວິທີການຕິດຕັ້ງໃນເວັບໄຊທ໌ຂອງ ngrok ໄດ້ເລີຍ
Download Ngrokສຳລັບການນຳໃຊ້ຄັ້ງແລກ ຕ້ອງເຂົ້າໃນເວັບໃຊທ໌ ngrok ເພື່ອນຳເອົາ token key ມາລົງໃນເຄື່ອງຂອງຕົນເອງກ່ອນ. Ngrok Dashboard
MacOS
ngrok config add-authtoken 2XEbdzw8qRig**************************
Windows
ngrok config add-authtoken 2XEbdzw8qRig**************************
* ລາຍລະອຽດເພີ່ມເຕີມ ອ່ານລາຍລະອຽດ
ຖ້າລະບົບຂອງເຮົາ Run ຢູ່ PORT 3000, ວິທີການເປີດ public url ມີພຽງແຕ່
ngrok http 3000
ຫຼັງຈາກ Run ຈະໄດ້ຮັບຜົນຮັບແບບນີ້
Forwarding https://149b-111-114-102-101.ngrok-free.app -> http://localhost:3000
Public URL ຂອງເຮົາກໍຈະເປັນ https://149b-111-114-102-101.ngrok-free.app
* ຫລັງຢຸດໃຊ້ງານ ຢ່າລືມປິດ (ໂດຍການກົດ Ctrl + C)
ngrok ບໍ່ໄດ້ມີພຽງເທົ່ານີ້, ທ່ານສາມາດຊອກຫາອ່ານໄດ້ຕາມ Official Website ຂອງ ngrok ໄດ້.